ການພດທະນາຕວແບບສຳລບການຄມຄອງສງເສດເຫອໃນຕວເມອງຂະໜາດນອຍເພອການປກປກຮກສາສງແວດລອມ ພາຍໃຕເປາໝາຍການພດທະນາແບບຍນຍງ ກລະນສກສາ: ບານພນໄຊ, ເມອງຊຳເໜອ, ແຂວງຫວພນ
Abstract
ບົດຄົ້ນຄວ້າສະບັບນີ້ ສຶກສາຮູບແບບການຄຸ້ມຄອງຂີ້ເຫຍື້ອຂອງ ບ້ານພັນໄຊ, ເມືອງຊຳເໜືອ, ແຂວງຫົວພັນ ເຊິ່ງມີການຄາດຄະເນປະລິມານປະຊາກອນ ແລະ ຂີ້ເຫຍື້ອໃນອະນາຄົດ, ວິເຄາະ ແລະ ສ້າງຮູບແບບການຄຸ້ມຄອງຂີ້ເຫຍື້ອໃນ ບ້ານພັນໄຊ ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ແທດເໝາະກັບເງື່ອນໄຂຕົວຈິງ. ການຄົ້ນຄວ້ານີ້ ນຳໃຊ້ຂໍ້ມູນທຸຕິຍະພູມຈາກເອກະສານທີ່ກ່ຽວຂ້ອງຂອງໜ່ວຍງານ ແລະ ເວັບໄຊຕ່າງໆ, ການສຳ ພາດ ແລະ ການສັງເກດການໃນ ບ້ານພັນໄຊ ທີ່ກຳນົດຈຳ ນວນກຸ່ມຕົວຢ່າງດ້ວຍວິທີ Taro Yamane, ໄດ້ຕົວຢ່າງຄົວເຮືອນ 163 ຕົວຢ່າງ, ຫົວໜ່ວຍທຸລະກິດ/ສຳນັກງານ 95 ຕົວຢ່າງ ແລະ ຜູ້ໃຫ້ບໍລິການຈັດເກັບຂີ້ເຫຍື້ອ 1 ຕົວຢ່າງ; ຕະ ຫຼອດເຖິງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນອີກ 1 ຕົວຢ່າງ. ການລົງພື້ນທີ່ຕົວຈິງແມ່ນເພື່ອຊອກຮູ້ແຫຼ່ງກຳເນີດ, ປະເພດ, ຮູບແບບການຈັດການຂີ້ເຫຍື້ອ ແລະ ການມີສ່ວນຮ່ວມຂອງປະຊາຊົນ ແລ້ວປະເມີນຄວາມສອດ ຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ສະເໜີການຫັນເປັນຕົວແບບສຳລັບການຄຸ້ມຄອງສິ່ງເສດເຫຼືອໃນຕົວເມືອງຂະໜາດນ້ອຍ ເພື່ອການປົກປັກຮັກສາສິ່ງແວດ ລ້ອມ ພາຍໃຕ້ເປົ້າໝາຍການພັດທະນາແບບຍືນຍົງ. ຜ່ານການຄົ້ນຄວ້າ ຄາດວ່າ ບ້ານພັນໄຊ ຈະມີປະຊາ ກອນປະມານ 4,853 ຄົນ ໃນປີ 2075 ຜ່ານການຄຳນວນແບບ Exponentiel ແລະ ມີປະລິມານຂີ້ເຫຍື້ອສະສົມສູງເຖິງ 99,276.77 m3. ໃນປັດຈຸບັນ, ປະມານ 92.06% ຂອງປະຊາ ຊົນມີຄວາມເຂົ້າໃຈການຄຸ້ມຄອງຂີ້ເຫຍື້ອທີ່ຖືກສຸຂາພິບານ ແຕ່ຍັງປະຕິບັດຕົວຈິງບໍ່ໄດ້ ເນື່ອງຈາກຍັງຂາດການແລກ ປ່ຽນກ່ຽວກັບການຄຸ້ມຄອງຂີ້ເຫຍື້ອທີ່ຖືກຕ້ອງ, ລະບຽບການ ແລະ ມາດຕະການຄຸ້ມຄອງຂີ້ເຫຍື້ອບໍ່ພຽງພໍ, ໂຄງລ່າງພື້ນ ຖານ ແລະ ສະໜາມຂີ້ເຫຍື້ອຍັງບໍ່ເໝາະສົມ. ສະນັ້ນ, ທຸກພາກສ່ວນຕ້ອງຮ່ວມມືກັນປັບປຸງນະໂຍບາຍທີ່ກ່ຽວຂ້ອງ ໂດຍສະເພາະດ້ານຄວາມຮູ້, ວິທີການຄຸ້ມຄອງຂີ້ເຫຍື້ອທີ່ຖືກສຸຂາພິບານ ແລະ ກະທົບຕໍ່ສິ່ງແວດລ້ອມໜ້ອຍສຸດເຊັ່ນ: ການໃຊ້ຫຼັກການ 5Rs ເພື່ອຫຼຸດປະລິມານຂີ້ເຫຍື້ອ ແລະ ສ້າງລາຍຮັບເສີມໃຫ້ແກ່ປະຊາຊົນ. ນອກນັ້ນ, ຕ້ອງຮັບປະກັນຄວາມປອດໄພ ແລະ ຄັດເລືອກບຸກຄະລາກອນທີ່ແທດເໝາະໃນຂະບວນການຄຸ້ມຄອງຂີ້ເຫຍື້ອ; ທັງເນັ້ນໜັກການຫັນຂີ້ເຫຍື້ອເປັນພະລັງງານ ແລະ ໃຊ້ປະໂຫຍດພື້ນທີ່ຝັງກົບຫຼັງຈາກເຕັມແລ້ວ. ຜູ້ປະກອບການຈັດເກັບຂີ້ເຫຍື້ອເອງ ກໍຕ້ອງປະຕິບັດຕາມໂມງເວລາ, ໃຫ້ຂີ້ເຫຍື້ອຕົກເຮ່ຍໜ້ອຍສຸດ ແລະ ຖືກຫຼັກສຸຂາພິບານ. ປະຊາຊົນທຸກຄົນຕ້ອງປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດນະໂຍ ບາຍທີ່ຂັ້ນເທິງວາງອອກ, ເສີມສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຈຶດສຳນຶກກ່ຽວກັບການຄຸ້ມຄອງຂີ້ເຫຍື້ອທີ່ຖືກສຸຂາພິບານ ແລະ ປະຕິບັດການຄຸ້ມຄອງຂີ້ເຫຍື້ອໃຫ້ສອດຄ່ອງກັບເປົ້າ ໝາຍການພັດທະຍາແບບຍືນຍົງ.
Fields of Study & Subjects
Radiation Detection and Scintillator Technologies
Radioactivity and Radon Measurements
Diverse Scientific and Economic Studies
Publication details
- Journal / source
- ວາລະສານ ວິທະຍາສາດທຳມະຊາດ
- Volume
- 25
- Issue
- 1
- Pages
- 52–64
- Publication date
- 7 January 2026