ປຽບທຽບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງເຂົ້າໄກ່ນ້ອຍ 3 ແນວພັນ ທີ່ມະຫາວິທະຍາໄລສະຫວັນະເຂດ (ວິທະຍາເຂດໜອງຜື)

View at publisher Summarise with VIRAT
Authors: Somxay Phengsavanh, Paphatsone LATVIAYVONG, O SISOMBATH, K NAOVONGPHACHANH
Cited by: 0

Summary

No summary yet. VIRAT can read this paper and write a plain-language summary of its aim, methods, key findings and limitations.

Summarise with VIRAT Free to try with your Science Catalogs account.

Abstract

ງານວິໃຈນີ້ມີຈຸດປະສົງເພື່ອສຶກສາການຈະເລິນເຕີບໂຕ, ຜົນຜະລິດ ແລະ ອົງປະກອບຂອງຜົນຜະລິດເຂົ້າ 3 ແນວພັນ ທີ່ພາກວິຊາວິທະຍາສາດພືດ, ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ(ວິທະຍາເຂດໜອງຜື) ເລີ່ມແຕ່ວັນທີ 24 ເມສາ 2023 ຫາ 27 ພະຈິກ 2023. ໂດຍການນຳໃຊ້ຮູບແບບການທົດລອງ RCBD (Randomized Complete Block Design) ມີ 4 ຊໍ້າ 4 ສິ່ງທົດລອງຄື: T1(ເຂົ້າໄກ່ນ້ອຍເຫຼືອງ), T2 (ເຂົ້າໄກ່ນ້ອຍລາຍ), T3 (ເຂົ້າໄກ່ນ້ອຍແດງ) ແລະ T4 (ເຂົ້າຫອມທ່າດອກຄໍາ16). ໄດ້ເກັບຂໍ້ມູນຄວາມສູງຂອງລໍາຕົ້ນ, ຈໍານວນການແຕກກໍ, ຈໍານວນຮວງຕໍ່ສຸມ, ຄວາມຍາວຂອງຮວງ, ເປີເຊັນເມັດເຕັມ ແລະ ດັດສະນີເກັບກ່ຽວ, ນ້ຳໜັກ 1,000 ເມັດ, ຜົນໄດ້ຮັບການຈະເລີນເຕີບໂຕຄວາມສູງລຳຕົ້ນໃຫ້ຄ່າສູງສຸດເຂົ້າໄກ່ນ້ອຍແດງ ແລະ ຈຳນວນການແຕກກໍເຂົ້າໄກ່ນ້ອຍເຫຼືອງໃຫ້ຄ່າສະເລ່ຍສູງສຸດ ມີມີສຳຄັນດ້ານສະຖິຕິ ແລະ ສຳລັບອົງປະກອບຜົນຜະລິດ ຈຳນວນຮວງຕໍ່ສຸມ, ນໍ້າໜັກຮວງ, ເປີເຊັນເມັດດີ ແລະ ດັດສະນີເກັບກ່ຽວ ມີຄວາມສຳຄັນດ້ານສະຖິຕິ ແລະ ດ້ານຜົນຜະລິດ ແມ່ນພັນເຂົ້າຫອມທ່າດອກຄໍາ16 ໃຫ້ຄ່າສະເລ່ຍສູງສຸດ, ຮອງມາແມ່ນ ພັນເຂົ້າໄກ່ນ້ອຍເຫຼືອງ, ເຂົ້າໄກ່ນ້ອຍແດງ ແລະ ຄ່າສະເລ່ຍຕໍ່າສຸດພັນເຂົ້າໄກ່ນ້ອຍລາຍ 6.30, 5.43; 5.21 ແລະ 4.89 ໂຕນຕໍ່ເຮັກຕາ ມີຄວາມສຳຄັນດ້ານສະຖິຕິ.

Fields of Study & Subjects

Plant Physiology and Cultivation Studies Agriculture and Biological Studies Genetics and Plant Breeding

Publication details

Journal / source
ວາລະສານ ວິທະຍາສາດທຳມະຊາດ
Volume
26
Issue
1
Pages
73–80
Publication date
20 March 2026
Language
LO