ຄນນະພາບການໃຫບລການທມຜນຕຄວາມເພງພໃຈຂອງຜໃຊບລການ ຮານອາຫານ ເອມເຄ ໃນນະຄອນຫວງວຽງຈນ

Read full text
Authors: Venepheth Sayavong, C VONGPHOUTONE, Keoladda Lianepaseuth, S LATHALIN, Anousone PHONESAVANH
Cited by: 0

Abstract

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາ ລະດັບຄວາມເພິ່ງພໍໃຈ, ປັດໄຈຄຸນນະພາບການໃຫ້ບໍ ລິການ ແລະ 2) ເພື່ອສຶກສາປັດໄຈຄຸນນະພາບການໃຫ້ບໍລິການທີ່ມີຜົນຕໍ່ຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການຮ້ານ ອາຫານ ເອັມເຄ ໃນນະຄອນຫຼວງວຽງຈັນ ນໍາໃຊ້ວິທີການຄົ້ນຄ້ວາແບບປະລິມານໂດຍໃຊ້ແບບສອບຖາມທີ່ຜ່ານການກວດສອບຄວາມເຊື່ອຫມັ້ນ (Reliability) ທັງສະບັບມີຄ່າເທົ່າກັບ 0.87 ເປັນເຄື່ອງມືໃນການເກັບຂໍ້ມູນຈາກລູກຄ້າຫຼືຜູ້ໃຊ້ບໍລິການທັງໃນ 3 ສາຂາໃນນະຄອນຫຼວງວຽງຈັນຈໍານວນ 385 ຄົນ ໃຊ້ໂປຣແກຣມສຳເລັດຮູບທາງສະຖິຕິ SPSS ວິເຄາະຫາຄ່າສະເລ່ຍ (Mean) ຄ່າຜັນປ່ຽນມາດຕະຖານ (SD) ແລະ ວິເຄາະປັດໄຈດ້ານຄຸນນະພາບການໃຫ້ບໍລິການທີ່ມີຜົນຕໍ່ຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການໂດຍການວິເຄາະດ້ວຍນຳໃຊ້ ການວິເຄາະສົມຜົນທົດຖອຍແບບພະຫຸຄູນແບບເປັນຂັ້ນຕອນ (Stepwise Multiple Regres-sion Analysis) ຜົນການວິໄຈພົບວ່າ ພົບວ່າປັດໄຈຄວາມເປັນຮູບປະທໍາຂອງການບໍລິການມີຄ່າສະເລ່ຍ 4.54 ຈັດຢູ່ໃນລະດັບຫຼາຍທີ່ສຸດ, ປັດໄຈການຕອບສະໜອງຕໍ່ລູກຄ້າມີຄ່າສະເລ່ຍ 4.10 ຈັດຢູ່ໃນລະດັບຫຼາຍ, ປັດໄຈການໃຫ້ຄວາມເຊື່ອໝັ້ນຕໍ່ລູກຄ້າມີຄ່າສະເລ່ຍ 3.89 ຈັດຢູ່ໃນລະດັບຫຼາຍ, ປັດໄຈຄວາມໜ້າເຊື່ອຖື ແລະ ປັດໄຈການຮູ້ຈັກ - ເຂັ້າໃຈລຸກຄ້າ ມີຄ່າສະເລ່ຍ 3.64 ຈັດຢູ່ໃນລະດັບຫຼາຍ ແລະ ລະດັບຄວາມເພີ່ງພໍໃຈຂອງຜູ້ໃຊ້ບໍລິການມີຄ່າສະເລ່ຍ 3.92 ຈັດຢູ່ໃນອັນດັບຫຼາຍ ແລະ ພົບວ່າປັດໄຈຄຸນນະພາບການໃຫ້ບໍລິການມີຜົນຕໍ່ກັບຄວາມເພີ່ງພໍໃຈຂອງຜູ້ໃຊ້ບໍລິການ ຮ້ານອາຫານ ເອັມເຄ ໃນນະຄອນຫຼວງວຽງຈັນ ທີ່ລະດັບຄວາມສຳຄັນທາງສະຖິຕິທີ່ 0.05.

Fields of Study & Subjects

Statistical Distribution Estimation and Applications Advanced Statistical Methods and Models Data Analysis with R

Publication details

Journal / source
ວາລະສານວິທະຍາສາດສັງຄົມ
Volume
24
Issue
1
Pages
228–238
Publication date
7 January 2026