ການໝູນໃຊ້ແນວຄິດເສດຖະກິດໃນນິພົນ ໄກສອນ ພົມວິຫານເຂົ້າໃນການຮຽນ-ການສອນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
Abstract
ບົດຄົ້ນຄວ້ານີ້ມີຈຸດປະສົງເພື່ອສັງລວມ ແລະ ວິເຄາະບັນ ດາເນື້ອໃນພື້ນຖານທິດສະດີແນວຄິດເສດຖະກິດຂອງ ປະທານ ໄກສອນ ພົມວິຫານ ທີ່ປາກົດໃນນິພົນເລືອກເຟັ້ນ ເຫຼັ້ມ 1 ຫາ 4 ເພື່ອຫັນເປັນເນື້ອໃນການຮຽນ-ການສອນທີ່ມີປະສິດທິພາບຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ). ເນື້ອໃນສຸມໃສ່ການວິເຄາະນະໂຍບາຍໂຄງປະກອບເສດຖະກິດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ບັນດາພາກສ່ວນເສດຖະກິດ ແລະ ຈິນຕະນາການກ່ຽວກັບການຄຸ້ມຄອງເສດຖະ ກິດມະຫາພາກ-ຈຸລະພາກ ຜ່ານຂະແໜງການກະສິກໍາ, ອຸດສາ ຫະກໍາ ແລະ ການບໍລິການ. ຜົນການສຶກສາພົບວ່າ ສມປຊ ໄດ້ໝູນໃຊ້ແນວຄິດໄກສອນ ພົມວິຫານ ເຂົ້າໃນຫຼັກສູດປະລິນຍາໂທ ແລະ ລະບົບບໍາລຸງຢ່າງເປັນລະບົບ, ໂດຍກໍານົດໃຫ້ການໝູນໃຊ້ແນວຄິດນີ້ເປັນພາກບັງຄັບໃນການຂຽນວິທະຍານິພົນ. ຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍດ້ານຮູບແບບການສິດສອນທີ່ຍັງເນັ້ນການບັນຍາຍຝ່າຍດຽວ ແລະ ຄວາມແຕກໂຕນຂອງລະດັບຄວາມຮູ້ພື້ນຖານຂອງນັກສຶກສາ. ບົດຄວາມນີ້ສະເໜີໃຫ້ມີການພັດທະນາຄູ-ອາຈານໃຫ້ກາຍເປັນນັກວິໄຈມືອາຊີບ ແລະ ປັບປຸງຮູບແບບການສອນໃຫ້ທັນສະໄໝ ເພື່ອຮັບມືກັບການປ່ຽນແປງຂອງເສດຖະກິດໂລກໃນຍຸກດິຈິຕອນ.
Fields of Study & Subjects
Economic and Business Studies
Historical Economic and Legal Thought
Politics
Economics
and Education Policy
Publication details
- Journal / source
- ວາລະສານວິທະຍາສາດສັງຄົມ
- Volume
- 26
- Issue
- 1
- Pages
- 51–60
- Publication date
- 16 February 2026
- Language
- LO