ການພດທະນາລດວສາຫະກດໃນສປປ ລາວ ໃຫເຂມແຂງ ແລະ ຍນຍງ: ແນວທາງການປະຕຮບ ແລະ ການຄມຄອງບລຫານທດ
Abstract
ບົດຄວາມນີ້ມີຈຸດປະສົງເພື່ອສຶກສາ ແລະ ວິເຄາະແນວທາງການພັດທະນາລັດວິສາຫະກິດ (ລວສ) ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ມີພາລະບົດບາດເປັນເຈົ້າພາບໃນແຂ່ງຂັນໄດ້ໃນຕະຫຼາດ. ການສຶກສານຳໃຊ້ວິທີການຄົ້ນຄວ້າແບບຄຸນນະພາບ ໂດຍການຮວບຮວມຂໍ້ມູນຈາກເອກະສານທາງການ, ບົດລາຍງານການເງິນ ແລະ ນະໂຍບາຍການປະຕິຮູບຂອງລັດຖະບານ. ຜ່ານການວິເຄາະພົບວ່າ ລັດວິສາຫະກິດໃນປັດຈຸບັນຍັງປະເຊີນກັບສິ່ງທ້າທາຍດ້ານໂຄງສ້າງການບໍລິຫານທີ່ຊ້ຳຊ້ອນ, ພາລະໜີ້ສິນສະສົມ ແລະ ການຂາດຄວາມສາມາດເປັນເຈົ້າການໃນການບໍລິຫານທຸລະກິດ. ຜົນການສຶກສາສະເໜີວ່າ ກຸນແຈສຳຄັນ ປະກອບມີ 3 ດ້ານຫຼັກ: (1) ການປະຕິຮູບໂຄງສ້າງການຈັດ ຕັ້ງໃຫ້ກາຍເປັນລະດັບມືອາຊີບ ແລະ ແຍກການຄຸ້ມຄອງມະຫາພາກກັບການບໍລິຫານທຸລະກິດບໍ່ທັນຂາດໂຕ. (2) ການຫັນເປັນທັນສະໄໝດ້ວຍການນຳໃຊ້ເຕັກໂນໂລຊີດິຈິຕອນຄູ້ມຄອງບັນຊີ ແລະ ການກວດສອບຍັງບໍ່ເປັນລະບົບ ແລະ (3) ການນຳໃຊ້ຫຼັກການບໍລິຫານທີ່ເປັນປັດໄຈສຳຄັນຍັງງ່າຍດາຍ. ບົດຄວາມນີ້ສະຫຼຸບໄດ້ວ່າ ການປະຕິຮູບຢ່າງຈິງຈັງຈະຊ່ວຍໃຫ້ ລວສ ຫັນປ່ຽນເປັນຫົວໜ່ວຍທຸລະກິດທີ່ສ້າງກຳໄລ ແລະ ເປັນເສົາຄ້ຳດ້ານເສດຖະກິດແຫ່ງຊາດ.
Fields of Study & Subjects
Management and Organizational Practices
Leadership and Management in Organizations
Economic and Industrial Development
Publication details
- Journal / source
- ວາລະສານວິທະຍາສາດສັງຄົມ
- Volume
- 26
- Issue
- 1
- Pages
- 9–17
- Publication date
- 29 January 2026
- Language
- LO